ຮ້ານຂາຍປຶ້ມອອນໄລທ໌ Easy book ອີຊີບຸກ
ຮ້ານຂາຍປຶ້ມອອນໄລທ໌ Easy book ອີຊີບຸກ ປະຫວັດ ------------------------------------------- Easy book ອີຊີບຸກ ສ້າງຕັ້ງຂຶ້ນຢ່າງບໍ່ເປັນທາງການໃນວັນທີ 1 ຕຸລາ 2017 ໂດຍອີງຕາມຄວາມຕ້ອງການຂອງນັກອ່ານ ທີ່ຕ້ອງການເຂົ້າເຖິງປຶ້ມໄດ້ງ່າຍ ແລະຫຼາກຫຼາຍຮູບແບບ ແລະເພື່ອອຳນວຍຄວາມສະດວກໃຫ້ແກ່ສັງຄົມໃນການເລືອກຈັບຈ່ອງ-ສັ່ງຊື້ປຶ້ມໄດ້ງ່າຍຂຶ້ນ ໂດຍອີງຕາມຊ່ອງທາງທີ່ທຸກຄົນສາມາດເຂົ້າເຖິງໄດ້ງ່າຍໆ ແລະສາມາດຮັບປຶ້ມໄດ້ໂດຍບໍ່ຈຳເປັນຕ້ອງອອກຈາກເຮືອນ ໂດຍຜ່ານບໍລິການ ການຈັດ ສົ່ງຟຣີທົ່ວນະຄອນ ຫຼວງວຽງຈັນ ແລະບໍລິການຈັດສົ່ງທົ່ວປະເທດ ຂອງພວກເຮົາ ເໝືອນກັບສະໂລແກນທີ່ກ່າວໄວ້ວ່າ: ງ່າຍ-ວ່ອງໄວ-ປະທັບໃຈ. ຈຸດປະສົງ ------------------------------------------ ເພື່ອສະໜັບສະໜູນນັກຂຽນລາວ, ສົ່ງເສິີມການອ່ານ ເພື່ອການພັດທະນາຊີວິດ. ປະເພດປຶ້ມ --------------------------------------- ປຶ້ມທີ່ພວກເຮົານຳມາໃຫ້ສັ່ງຈອງມີຫຼາຍປະເພດ ເປັນຕົ້ນແມ່ນປຶ້ມຜົນງານຂອງນັກຂຽນລາວ ແລະ ປຶ້ມໄທ ເຊິ່ງມີຫຼາຍປະເພດຄື: ບໍລິຫານ, ການຕະຫຼາດ, ລົງທຶນ, ຈິດຕະວິທະຍາ, ຄວາມສຸກ, ຄວາມຮັກ, ໄອທີ, ປັດຊະຍາ,ສາສະໜາ... ນອກຈາກນັ້ນຍັງມີປະເພດປຶ້ມ ອັງກິດຄູ່ມືຮຽນພາສາທີ...